ການເຄື່ອນໄຫວ

ໃນ DKT ແມ່ຂອງ, ພວກເຮົາມີຄວາມມຸ່ງຫມັ້ນ ຂະຫຍາຍການເຂົ້າເຖິງການແກ້ໄຂການດູແລສຸຂະພາບການເກີດ ທີ່ມີຄຸນນະພາບສູງຜ່ານຍຸດທະສາດດ້ານນະວັດຕະກໍາແລະກ້າວໄປສູ່ຜົນໄດ້ຮັບທີ່ດີຂຶ້ນ. ກິດຈະກໍາຂອງພວກເຮົາແມ່ນສຸມໃສ່ ສີ່ພື້ນທີ່ຫຼັກຄື:

  • ຂະຫຍາຍການເຂົ້າເຖິງ & ຮັບປະກັນຄ່າໃຊ້ຈ່າຍທີ່ສົມເຫດສົມຜົນ
    DKT ເສີມສ້າງລະບົບຕ່ອງໂສ້ການສະໜອງໃຫ້ມີຄວາມຫຼາກຫຼາຍໃນວິທີການຄຸມກໍາເນີດທີ່ທັນສະໄຫມ, ຮັບປະກັນວ່າ ຜະລິດຕະພັນການດູແລສຸຂະພາບການເກີດທີ່ມີຄຸນນະພາບສູງແລະການບໍລິການໃນຄ່າໃຊ້ຈ່າຍທີ່ສົມເຫດສົມຜົນ.
  • ປັບປຸງຄວາມສາມາດດ້ານການແພດ
    ຜ່ານ ໂຄງການຝຶກອົບຮົມລົງເລິກ  ແລະ ສະຫນັບສະຫນູນຢ່າງຕໍ່ເນື່ອງສໍາລັບເຄືອຂ່າຍຄລີນິກ, DKT Mekong ຊ່ວຍບັນດາຄີນິກພັດທະນາເຕັກນິກຄວາມສາມາດໃຫ້ແກ່ບໍລິການທາງການແພດປັບປຸງທັກສະວິຊາຊີບຂອງພວກເຂົາ ແລະ ໝັ້ນໃຈໃຫ້ບໍລິການດູແລສຸຂະພາບການເກີດທີ່ມີຄຸນນະພາບສູງ.
  • ປູກຈິດສໍານຶກ & ຊຸກຍູ້ຄວາມຕ້ອງການ
    ພວກເຮົາສ້າງການໂຄສະນາການສື່ສານ ແລະການສຶກສາທີ່ມີປະສິດທິພາບ, ຊ່ວຍເພີ່ມຄວາມເຂົ້າໃຈຂອງຊຸຸມຊົນ ແລະການຕັດສິນໃຈທີ່ໂປ່ງໃສກ່ຽວກັບໃຊ້ຜະລິດຕະພັນການບໍລິການດ້ານສຸຂະພາບການເກີດ.
  • ນຳໃຊ້ນະວັດຕະກຳໃຫມ່ຈາກພາກເອກະຊົນ
    ໂດຍ ນຳໃຊ້ແນວຄວາມຄິດຂອງຜູ້ປະກອບການ,ຍອມຮັບໄດ້ກັບຄວາມສ່ຽງທີ່ສາມາດຄວບຄຸມ ແລະ ຮັດກຸມຜົນໄດ້ຮັບ, ພວກເຮົາສົ່ງເສີມພາກເອກະຊົນ ມີບົດບາດໃຫຍ່ກວ່າໃນການສະຫນອງການແກ້ໄຂການດູແລສຸຂະພາບການເກີດ, ຮັບປະກັນ ຄວາມຍືນຍົງ ແລະ ໃນໄລຍະຍາວ.

ຈຸດປະສົງເຄື່ອນໄຫວ

ການຕະຫຼາດສັງຄົມ

ການເອົາລູກອອກທີ່ປອດໄພ

ທຸລະກິດສັງຄົມ

ຊັບພະຍາກອນ

ການຝຶກອົບຮົມຂອງ
ຜູ້ຊ່ຽວຊານດ້ານສຸຂະພາບ

ຮ່ວມການຄ້າ

ການວາງແຜນຄອບຄົວ &
ການປ້ອງກັນ HIV/AIDS

ການຄຸມກໍາເນີດ